ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດເຝິກອົບຮົມໄລຍະສັ້ນ ວຽກງານໂຄສະນາ-ປາຖະກະຖາ ທົ່ວກອງທັບ ຄັ້ງທີ II


    ພິທີປິດຊຸດເຝິກອົບຮົມໄລຍະສັ້ນ ວຽກງານໂຄສະນາ-ປາຖະກະຖາ ທົ່ວກອງທັບ ຄັ້ງທີ II ຊຸດທີ 2 ໄດ້ອັດລົງໃນວັນທີ 21 ກັນຍາ 2023 ນີ້,
ຢູ່ທີ່ໂຮງຮຽນທິດສະດີການເມືອງກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາໂຮງຮຽນທິດສະດີການເມືອງກອງທັບ, ກົມໂຄສະນາອົມຮົມ, ກົມໃຫຍ່
ການເມືອງກອງທັບ, ກົມຈັດຕັ້ງພັກ, ກົມພະນັກງານ, ຫ້ອງການກົມໃຫຍ່, ຫ້ອງການເມືອງ, ຫ້ອງການບໍລິຫານ, ຄູ-ອາຈານ ແລະ ພະນັກງານເຝິກ
ອົບຮົມເຂົ້າຮ່ວມ.

     ສະຫາຍ ພັນເອກ ວິລະໄຊ ສົມສັກ ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ
ຊຸດເຝິກອົບຮົມໄລຍະສັ້ນໃນຄັ້ງນີ້ ເຊິ່ງແມ່ນກິດຈະກໍາວຽກງານໜຶ່ງທີ່ນອນຢູ່ໃນແຜນ ການສະເຫຼີມສະເຫຼີມສະຫຼອງ 75 ປີ ກອງທັບ ທີ່ກົມໃຫຍ່
ການເມືອງກອງທັບ ຮັບຜິດຊອບ, ແນໃສ່ສ້າງໃຫ້ໄດ້ນັກປາຖະກະຖາຢູ່ບັນດາກົມກອງ ເພື່ອເຄື່ອນໄຫວໂຄສະນາປາຖະກະຖາບັນດາມູນເຊື້ອຂອງ
ຊາດ, ຂອງພັກ, ໂດຍສະເພາະແມ່ນມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີ ຜ່ານມາ, ທັງ
ເປັນການສ້າງຖັນແຖວພະນັກງານໂຄສະນາປາຖະກະຖາ, ຄວາມໝາຍ, ຄວາມສໍາຄັນຂອງການເປັນເຈົ້າພາບກອງປະຊຸມລັດຖະມົນຕີປ້ອງກັນປະ
ເທດອາຊຽນ ໃນປີ 2024 ທີ່ກອງທັບເຮົາເປັນເຈົ້າພາບອີກດ້ວຍ. ຜ່ານການເຝິກອົບຮົມຕົວຈິງ ສາມາດບັນລຸໄດ້ຕາມຄາດໝາຍຂອງແຜນການທີ່
ວາງໄວ້ຄື: ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການ ເມືອງ, ທັກສະໃນການໂຄສະນາ-ປາຖະກະຖາ ໂດຍສະເພາະແມ່ນຜູ້ທີ່ເຮັດ
ວຽກງານພັກ-ວຽກງານການເມືອງ ເວົ້າລວມ, ເວົ້າສະເພາະແມ່ນນັກໂຄສະນາ-ປາຖະກະຖາ ຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ. ມີຄວາມ
ຮູ້ເຂົ້າໃຈ, ຮູ້ໝູນໃຊ້ທິດສະດີ ແລະ ພຶດຕິກຳເຂົ້າໃນວຽກງານຕົວຈິງ ດ້ວຍການຖອດຖອນເປັນບົດຮຽນລະຫວ່າງນັກເຝິກອົບຮົມ ແລະ ຖັນແຖວ
ຄູ-ອາຈານ ທັງສາມາດຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢູ່ກົມກອງ ແທດເໝາະກັບໜ້າທີ່ການເມືອງໃນໄລຍະໃໝ່, ສາມາດສ້າງໄດ້ຖັນ
ແຖວພະນັກງານໂຄສະນາ-ປາຖະກະຖາ ຢູ່ບັນດາກົມກອງ-ທ້ອງຖິ່ນ ໃນທົ່ວກອງທັບ, ເປັນກຳລັງສຳຄັນຊຸກຍູ້ຂະບວນການຕ່າງໆ ຢູ່ກົມກອງປະ
ກອບສ່ວນເຂົ້າໃນການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງ, ເຄື່ອນໄຫວໂຄສະນາ-ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ,
ພ້ອມກັນນັ້ນກໍ່ຍັງເປັນກຳລັງຫຼັກແຫຼ່ງໃນການເຄື່ອນໄຫວໂຄສະນາເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ທິດສະດີຫຼັກການອື່ນໆ ຍົກສູງ
ສະຕິລະວັງຕົວ ໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດ
ຈະເກີດຂຶ້ນໃນກົມກອງ ແລະ ສັງຄົມໃຫ້ທັນເວລາ, ພະນັກງານ ຈຳນວນ 79 ສະຫາຍ ທີ່ເຂົ້າຮ່ວມເຝິກອົບຮົມຄັ້ງນີ້, ສາມາດມີຄວາມຮັບຮູ້ເຂົ້າໃຈ
ຕໍ່ບັນດາເອກະສານອົບຮົມ, ຮັບຮູ້-ເຂົ້າໃຈຕໍ່ທິດສະດີ, ມີຄວາມສາມາດໃນການຈັດຕັ້ງປະຕິບັດໃນວຽກງານຕົວຈິງໄດ້ເປັນຢ່າງດີ. ເຊິ່ງສາມາດຕີລາຄາ
ຄວາມຮັບຮູ້-ເຂົ້າໃຈຂອງບັນດາ ສະຫາຍເຂົ້າຮ່ວມເຝິກອົບຮົມໄດ້ໂດຍສະເລ່ຍແມ່ນ 95%. ຈາກນັ້ນ, ກໍໄດ້ຈັດຕັ້ງມອບໃບຢັ້ງຢືນໃຫ້ນັກເຝິກອົບ
ຮົມຢ່າງສົມກຽດ ໂດຍການຂຶ້ນມອບຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນເເພງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບ
ຮົມກົມໃຫຍ່ການເມືອງກອງທັບ.

     ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫານທີ່ສໍາຄັນ ພ້ອມທັງເນັ້ນໃຫ້ນັກເຝິກອົບຮົມທຸກສະຫາຍ
ພາຍຫຼັງກັບຄືນກົມກອງ ຕ້ອງພ້ອມກັນນໍາເອົາຜົນສໍາເລັດຂອງການຮ່ຳຮຽນ ແລະ ບົດ ຮຽນທີ່ໄດ້ຮຽນມານໍາໄປຈັດຕັ້ງໂຄສະນາເຜີຍແຜ່ແນວທາງ
ແຜນນະໂຍບາຍຂອງພັກ-ລັດ ໃຫ້ມັນໄດ້ດີກວ່າເກົ່າ. ເປັນຕົ້ນແມ່ນໂຄສະນາ-ປາຖະກະຖາ ມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ເຂັ້ມແຂງຂອງກອງ
ທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີ ຜ່ານມາ, ໃຫ້ພະນັກງານສະມາຊິກພັກ-ນັກຮົບ ເຂົ້າໃຈແຈ້ງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິ
ກຳລັງປໍລະປັກ, ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃນການຕອບຕ້ານການໂຄສະນາບິດເບືອນໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ
ຂອງກອງທັບ, ສືບຕໍ່ຄົ້ນຄວ້າຮໍ່າຮຽນເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານການເມືອງທີ່ມີຄວາມຮູ້, ຄວາມສາມາດໃນການເຄື່ອນໄຫວໂຄ
ສະນາ-ປາຖະກະຖາມຸນເຊື້ອຕ່າງໆຂອງພັກ-ລັດ ແລະ ຂອງກອງທັບ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 26/09/2023